ກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບຕໍ່ຮ່າງກົນໄກຮັບຄຳຮ້ອງທຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການດໍາເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ Strengthening E-Commerce Dispute Settlement Processes in Lao
ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອຄວາມເປັນເອກະພາບຕໍ່ຮ່າງກົນໄກຮັບຄຳຮ້ອງທຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ບວນການດໍາເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ Strengthening E-Commerce Dispute Settlement Processes in Lao ຂຶ້ນໃນວັນທີ 17 ມິຖຸນາ 2025 ທີ່ ໂຮງແຮມ ຮໍລິເດອິນ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ, ທ່ານ Cameron Allan ຄະນະຮັບຜິດຊອບວຽກເສດຖະກິດ, ການຄ້າ ແລະ ໂຄງລ່າງພື້ນຖານສະຖານທູດອົດສະຕາລີປະຈຳລາວ; ທ່ານ Adrian Gilbert ຫົວໜ້າຝ່າຍປະສານງານຂອງໂຄງການ ການຄ້າເພື່ອການພັດທະນາພາກພື້ນ (RT4D), ທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການ RT4D ພ້ອມດ້ວຍຄະນະ;ບັນດາທ່ານ ຄະນະກົມ, ຄະນະພະແນກຈາກ ອຄ ແຂວງ ພາກກາງ ພ້ອມດ້ວຍວິຊາການກ່ຽວຂ້ອງຈາກພາກສ່ວນລັດ; ບໍລິສັດທີ່ປຶກສາ NaturBalance, ຕາງໜ້າຫົວໜ່ວຍທຸລະກິດການຄ້າທາງເອເລັກໂຕຣນິກເຂົ້າຮ່ວມ.