ກອງປະຊຸມແລກປ່ຽນດ້ານວິຊາການກ່ຽວກັບ ວຽກງານປົກປ້ອງຜູ້ຊົມໃຊ້ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28-29 ສິງຫາ 2025 ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າຂອງ ສປປ ລາວ.
ໃນລະຫວ່າງວັນທີ 28-29 ສິງຫາ 2025, ຄະນະຜູ້ແທນຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ນຳໂດຍ ທ່ານ ສັນຕິສັກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະຝ່າຍລາວຊຶ່ງປະກອບມີ: ທີ່ປຶກສາດ້ານເສດຖະກິດ-ການຄ້າຈາກສະຖານທູດລາວປະຈໍາ ສສ ຫວຽດນາມ, ພະແນກປົກປ້ອງຜູ້ຊົມໃຊ້, ພະແນກແຂ່ງຂັນທາງທຸລະກິດ ແລະ ຕາງໜ້າຈາກກຸ່ມບໍລິສັດ KPV ໄດ້ຮ່ວມເຮັດວຽກກັບຄະນະກໍາມະການການແຂ່ງຂັນແຫ່ງຊາດສສຫວຽດນາມ; ກົມພັດທະນາແລະຄຸ້ມຄອງຕະຫຼາດ, ກະຊວງອຸດສາຫະກຳແລະການຄ້າສສຫວຽດນາມ ແລະ ສະມາຄົມປົກປ້ອງຜູ້ຊົມໃຊ້.
ຈຸດປະສົງຂອງການຮ່ວມເຮັດວຽກໃຫ້ຄັ້ງນີ້ ແມ່ນເພື່ອເປັນການຖອດຖອນບົດຮຽນກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້; ການແຂ່ງຂັນທາງທຸລະກິດ; ການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້ຂອງຫວຽດນາມ ແລະ ທິດທາງການຮ່ວມມືໃນອະນາຄົດຂອງທັງສອງຝ່າຍ, ໂດຍສະເພາະ ແມ່ນການຍົກລະດັບຂອບການຮ່ວມມືໃຫ້ເຂົ້າສູ່ລ່ວງເລິກ, ເສີມສ້າງຄວາມຮູ້ແລະຂີດຄວາມສາມາດໃຫ້ແກ່ພະນັກງານຝ່າຍລາວ. ການເຮັດວຽກໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການຂອງປະເທດອັງກິດ: ASEAN-UK Economic Integration Programme, Regulatory Reform Pillar.
ການຮ່ວມເຮັດວຽກໃນຄັ້ງນີ້ທັງສອງຝ່າຍໄດ້ແບ່ງປັນບົດຮຽນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້; ຂອດການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ; ການໂຄສະນາປະຊາສຳພັນ; ການລົງຕິດຕາມກວດກາສິນຄ້າທີ່ເປັນລະບົບ; ຂອດການແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ປະກອບການແລະຜູ້ຊົມໃຊ້ຊຶ່ງຖືເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ບັນຫາຕ່າງໆຢ່າງກົງໄປກົງມາ, ໂດຍສະເພາະ ແມ່ນຂອດການສ້າງນິຕິກຳທີ່ກ່ຽວຂ້ອງລວມທັງການຈັດຕັ້ງປະຕິບັດຕົວຈິງທີ່ຕິດພັນກັບວຽກງານດັ່ງກ່າວ. ນອກຈາກນີ້, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບໃນການປັບປຸງເນື້ອໃນຂອງບົດບັນທຶກຊ່ວຍຈໍາດ້ານການຮ່ວມມືລະຫວ່າງກະຊວງອຄຂອງສປປລາວແລະສສຫວຽດນາມໃຫ້ສຳເລັດໂດຍໄວແລະສາມາດຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນເນື່ອງຈາກຕ່າງຝ່າຍຕ່າງໄດ້ມີການປັບປຸງກົງຈັກການຈັດຕັ້ງໃໝ່.