ກອງປະຊຸມສຳມະນາຄັ້ງທຳອິດໃນ ສປປ ລາວ “ການຍົກລະດັບຄວາມຮັບຮູ້ແນວທາງທຸລະກິດແບບມີສ່ວນຮ່ວມໃນສປປລາວ”
ໃນວັນທີ 17 ກັນຍາ 2025, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ຄົນພິການ ແລະ ຜູ້ສູງອາຍຸ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດງານສໍາມະນາຄັ້ງທຳອິດຂອງ ສປປ ລາວ ພາຍໃຕ້ຫົວຂໍ້: “ການຍົກລະດັບຄວາມຮັບຮູ້ແນວທາງໃນການດໍາເນີນທຸລະກິດແບບມີສ່ວນຮ່ວມ ໃນ ສປປ ລາວ (Awareness Raising on Inclusive Business Practice in Laos)”ທີ່ ໂຮງແຮມ ຄລາວ ພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນແລະ ທ່ານ ນາງ ມະນີວັນ ກິດຕິລາດ, ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ຄົນພິການ ແລະ ຜູ້ສູງອາຍຸ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈາກພາກລັດ ແລະ ທຸລະກິດ ຫຼາຍກວ່າ 100 ຄົນ ພາຍໃຕ້ການສະໜັບສະໜູນຂອງໂຄງການ GIZ-PROTECT II ຂອງລັດຖະບານເຢຍລະມັນ. ຈຸດປະສົງຕົ້ນຕໍຂອງງານສໍາມະນາໃນຄັ້ງນີ້ ແມ່ນ ເພື່ອຊຸກຍູ້ສົ່ງເສີມໃຫ້ມີການດຳເນີນທຸລະກິດແບບມີສ່ວນຮ່ວມ ໂດຍໃຫ້ຄວາມສຳຄັນກັບ ກຸ່ມຜູ້ຊົມໃຊ້ທີ່ມີຄວາມບອບບາງ ເຊັ່ນ ຄົນພິການ, ຜູ້ສູງອາຍຸ, ແມ່ຍິງ, ເດັກນ້ອຍ ແລະ ຊົນເຜົ່າ ຊຶ່ງໄດ້ຮັບສິດອັນຊອບທຳ ພາຍໃຕ້ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ເພື່ອໃຫ້ພວກເຂົາ ໄດ້ສາມາດເຂົ້າເຖິງສິນຄ້າ ແລະການບໍລິການຕ່າງໆເຊັ່ນດຽວກັບຄົນທົ່ວໄປ; ພ້ອມນັ້ນ, ກໍເປັນການສ້າງຕາໜ່າງການເຮັດວຽກຮ່ວມກັນ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ກຸ່ມຄົນທີ່ບອບບາງ ເພື່ອໃຫ້ສາມາດເຂົ້າໃຈກ່ຽວກັບແນວທາງໃນການດຳເນີນທຸລະກິດແບບມີສ່ວນຮ່ວມ, ແລກປ່ຽນຄວາມຮູ້ ແລະ ປະສົບການຕົວຈິງໃນການດຳເນີນທຸລະກິດແບບມີສ່ວນຮ່ວມຈາກທຸລະກິດຕົວແບບພາຍໃນ ສປປ ລາວ.
ພ້ອມນັ້ນ, ການດຳເນີນທຸລະກິດແບບມີສ່ວນຮ່ວມ ແມ່ນການເປີດໃຈໃຫ້ໂອກາດຂອງເຈົ້າຂອງທຸລະກິດ ເພື່ອໃຫ້ກຸ່ມຄົນທີ່ບອບບາງ ແລະ ດ້ອຍໂອກາດໄດ້ເຂົ້າເຖິງວຽກເຮັດງານທຳ ໃຫ້ເທົ່າທຽມກັບຄົນທົ່ວໄປໃນສັງຄົມ ເນື່ອງຈາກ ການຊ່ວຍເຫຼືອຜ່ານນໍ້າໃຈໃຫ້ບໍລິຈາກ ແມ່ນບໍ່ຍືນຍົງ ຄືກັບ ການໃຫ້ອາຊີບຜ່ານການຈ້າງງານ ຫຼື ສ້າງວຽກເຮັດງານທຳໃຫ້ພວກເຂົາ. ກຸ່ມຄົນທີ່ບອບບາງເຫຼົ່ານີ້ ໂດຍສະເພາະ ກຸ່ມຄົນພິການ ແມ່ນມີຂໍ້ຈຳກັດທີ່ແຕກຕ່າງກັນຕາມສະພາບຄວາມພິການຂອງແຕ່ລະປະເພດ ຊຶ່ງບໍ່ມີໃຜຢາກເກີດມາພິການ; ເຖິງຢ່າງໃດກໍຕາມ, ບັນດາກຸ່ມຄົນເຫຼົ່ານີ້ ກໍມີທັກສະຄວາມຊໍານານພິເສດທີ່ແຕກຕ່າງກັນ ຊຶ່ງຈາກການແລກປ່ຽນປະສົບການໃນກອງປະຊຸມ, ບໍລິສັດທີ່ເປີດໃຈໃຫ້ໂອກາດຮັບຄົນພິການເຂົ້າເຮັດວຽກໃນບໍລິສັດ ເຫັນວ່າ ພະນັກງານຄົນພິການ ຈະມີຄວາມ ຊື່ສັດ, ອົດທົນ, ມີຄວາມຊໍານານວຽກສະເພາະດ້ານ ເຊັ່ນ ຄອມພິວເຕີ, ໄອທີ ຫຼື ການລົງບັນຊີ ຫຼື ບາງໂຮງແຮມ ກໍສາມາດຈ້າງຜູ້ພິການທາງຫູ ມາເຮັດວຽກແມ່ບ້ານໄດ້ ແລະ ອື່ນໆ. ສະນັ້ນ, ແນວທາງການດຳເນີນທຸລະກິດແບບມີສ່ວນຮ່ວມ ແມ່ນການໃຫ້ຄວາມສຳຄັນ, ການໃຫ້ໂອກາດ ແລະ ຍົກສູງຄຸນຄ່າຂອງກຸ່ມຄົນທີ່ບອບບາງ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຢູ່ໃນສັງຄົມໄດ້ຢ່າງເທົ່າທຽມກັນ ແລະ “ບໍ່ປະໃຜໄວ້ຢູ່ເບື້ອງຫຼັງ”.