ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງ ບັນດາປະເທດສະມາຊິກອາຊຽນ (AHCA) ຄັ້ງທີ 7, ທີ່ ນະຄອນ ມານິລາ, ປະເທດ ຟິລິບປິນ
ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງ
ບັນດາປະເທດສະມາຊິກອາຊຽນ (AHCA) ຄັ້ງທີ 7, ທີ່ ນະຄອນ ມານິລາ, ປະເທດ ຟິລິບປິນ
ໃນວັນທີ 5 ພຶດສະພາ 2026, ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງປະເທດສະມາຊິກອາຊຽນ (AHCA) ຄັ້ງທີ 7 ໄດ້ໄຂຂຶ້ນ ໂດຍມີເຈົ້າໜ້າທີ່ອາວຸໂສ ແລະ ຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ແລະ ທ່ານ ສັນຕິສຸກ ພູນສະຫວັດ,
ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທັງເປັນປະທານ AHCA ໃນປີ 2026.
ໃນເວລາກ່າວເປີດກອງປະຊຸມ, ທ່ານປະທານໄດ້ເນັ້ນ ເຖິງຄວາມສຳຄັນຂອງການປະຊຸມຄັ້ງນີ້ ຊຶ່ງເກີດຂຶ້ນໃນຊ່ວງເວລາສຳຄັນທີ່ອາຊຽນກຳລັງຂ້າມຜ່ານຈາກແຜນປະຕິບັດການແຂ່ງຂັນທາງທຸລະກິດອາຊຽນ (ACAP) 2025 ໄປສູ່ການຈັດຕັ້ງປະຕິບັດແຜນ ACAP ປີ 2026–2030. ທ່ານປະທານໄດ້ເນັ້ນວ່າ ນະໂຍບາຍການແຂ່ງຂັນໄດ້ກາຍເປັນເສົາຄໍ້າຍຸດທະສາດ ໃນການສົ່ງເສີມຕະຫຼາດທີ່ຍຸຕິທຳ, ເປີດກວ້າງ ແລະ ມີຄວາມສາມາດໃນການປັບຕົວທົ່ວທັງພາກພື້ນ, ໂດຍສະເພາະ ທ່າມກາງສະພາບການເສດຖະກິດໂລກ ແລະ ເຕັກໂນໂລຊີທີ່ຫັນປ່ຽນຢ່າງວ່ອງໄວໃນປັດຈຸບັນ.
ບັນຫາສຳຄັນຂອງກອງປະຊຸມ ແມ່ນຊີ້ໃຫ້ເຫັນຄວາມຈຳເປັນ ເພື່ອຮັບຮູ້ ເຖິງບົດບາດທີ່ເປັນຍຸດທະສາດຂອງ AHCA ໃຫ້ຊັດເຈນຫຼາຍຂຶ້ນ ໃນຂອບວຽກການຮ່ວມມືດ້ານການແຂ່ງຂັນທາງທຸລະກິດຂອງອາຊຽນ. ປະທານໄດ້ຊີ້ແຈງວ່າ ອາຊຽນບໍ່ໄດ້ຕ້ອງການສ້າງ AHCA ເປັນໜ່ວຍງານໃໝ່, ແຕ່ເປັນການກຳນົດໜ້າທີ່ໃຫ້ຊັດເຈນຂຶ້ນ ເຊັ່ນ: ການໃຫ້ແນວທາງນະໂຍບາຍລະດັບສູງແກ່ກຸ່ມຜູ້ຊຽ່ວຊານອາຊຽນດ້ານການແຂ່ງຂັນ (AEGC); ໃຫ້ຄຳປຶກສາດ້ານການແຂ່ງຂັນທາງທຸລະກິດແກ່ລັດຖະມົນຕີເສດຖະກິດອາຊຽນ ເມື່ອຖືກຮຽກໃຫ້ລາຍງານ ແລະ ການສ້າງຄວາມສອດຄ່ອງກັນລະຫວ່າງ ບູລິມະສິດຂອງພາກພື້ນ ແລະ ການພັດທະນາດ້ານການແຂ່ງຂັນທາງທຸລະກິດລະດັບປະເທດ.
ໃນກອງປະຊຸມຍັງໄດ້ປຶກສາຫາລື ບູລິມະສິດຂອງພາກພື້ນທີ່ສຳຄັນ ເຊັ່ນ: ການສະໜັບສະໜູນການມີຜົນບັງຄັບໃຊ້ ໂດຍໄວ ສຳລັບ ສັນຍາຂອບວຽກອາຊຽນ ວ່າດ້ວຍການແຂ່ງຂັນທາງທຸລະກິດ (AFAC); ການຍົກລະດັບການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຂ້າມແດນ ລວມທັງ ຜ່ານລະບົບຊ່ອງທາງການແລກປ່ຽນຂໍ້ມູນດ້ານການຄວບລວມກິດຈະການ (MISP); ການຮ່ວມມືກັບພາຍນອກພາກພື້ນ ໂດຍການຈັດການປະຊຸມໂຕະມົນ
ຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ–ສະຫະພາບເອີຣົບ ຫຼັງຈາກການປະຊຸມນີ້ໃນຕອນບ່າຍ ແລະ ການຂັບເຄື່ອນການຈັດຕັ້ງປະຕິບັດ ACAP 2030 ຢ່າງມີປະສິດທິຜົນ ໂດຍສຸມໃສ່ຕະຫຼາດດິຈິຕອນ, ປັນຍາປະດິດ (AI), ຄວາມຍືນຍົງ ແລະ ການປະສານງານດ້ານການບັງຄັບໃຊ້ກົດໝາຍຂ້າມແດນ.
ໃນທ້າຍກອງປະຊຸມ ປະທານໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງ AHCA ໃນການສົ່ງເສີມການແຂ່ງຂັນທາງທຸລະກິດທີ່ເປັນທຳ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມສາມາດໃນການປັບຕົວທາງເສດຖະກິດຂອງອາຊຽນ. ທ່ານປະທານ ຍັງໄດ້ຊຸກຍູ້ໃຫ້ມີການຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອຮັບປະກັນ ສະພາບແວດລ້ອມໃນການແຂ່ງຂັນທາງທຸລະກິດຂອງອາຊຽນ ຈະສົ່ງເສີມສະໜັບສະໜູນ ດ້ານນະວັດຕະກຳ, ການເຕີບໂຕແບບມີສ່ວນຮ່ວມ ແລະ ສ້າງປະໂຫຍດໃຫ້ແກ່ຜູ້ຊົມໃຊ້ ແລະ ທຸລະກິດໃນທົ່ວພາກພື້ນອາຊຽນ.
...........................................................................................................
ASEAN Heads of Competition Agencies Convene for 7th AHCA Meeting in Manila 5 May 2026 | Manila, Philippines
Senior officials and heads of competition authorities from across ASEAN convened today in Manila for the 7th Meeting of the ASEAN Heads of Competition Agencies (AHCA), chaired by H.E. Mr. Santisouk Phounesavath, Director General of the Department of Internal Trade, Ministry of Industry and Commerce of Lao PDR.
In his opening remarks, the Chair highlighted the importance of the Meeting, which comes at a pivotal moment as ASEAN transitions from the ASEAN Competition Action Plan (ACAP) 2025 to the implementation of ACAP 2026–2030. He underscored that competition policy has become a strategic pillar in supporting fair, open, and resilient markets across the region, particularly amid rapid technological change and evolving global economic conditions.
A key focus of the Meeting was the need for clearer and more official recognition of AHCA’s strategic roles within ASEAN’s competition cooperation framework. The Chair clarified that ASEAN is not seeking to formalise AHCA as a new ASEAN body, but rather to articulate its functions more clearly. These include providing high level policy guidance to the ASEAN Experts Group on Competition (AEGC); offering advisory inputs on competition matters directly to the ASEAN Economic Ministers when requested; and ensuring coherence between regional priorities and national competition developments.
The Meeting also discussed key regional priorities, e.g. supporting the timely entry into force of the ASEAN Framework Agreement on Competition (AFAC); enhancing cross border enforcement cooperation, including through the Merger Information Sharing Portal (MISP); deepening ASEAN’s external engagement, with the inaugural ASEAN–EU Heads of Competition Authorities Roundtable taking place immediately after the Meeting; and advancing the effective implementation of ACAP 2030, with emphasis on digital markets, AI, sustainability, and cross border enforcement coordination.
In closing, the Chair reaffirmed AHCA’s commitment to fostering fair competition and strengthening ASEAN’s economic resilience. He encouraged continued collaboration to ensure that ASEAN’s competition landscape supports innovation, inclusive growth, and benefits for consumers and businesses across the region.