ກົມການຄ້າພາຍໃນ
ແມ່ນກົມໜຶ່ງທີ່ນອນຢູ່ໃນກົງຈັກການຈັດຕັ້ງຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
ກົມການຄ້າພາຍໃນ (ຂຽນຫຍໍ້ວ່າ: “ກຄພນ”; ພາສາອັງກິດ: Department of Internal Trade, ຂຽນຫຍໍ້ວ່າ: “DOIT”) ແມ່ນກົງຈັກໜຶ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ໃນວຽກງານການຄຸ້ມຄອງ ແລະ ສົ່ງເສີມຕະຫຼາດ ແລະ ການຈຳໜ່າຍສິນຄ້າ ແລະ ບໍລິການ; ທຸລະກິດນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ; ການຄ້າທາງເອເລັກໂຕຣນິກ; ລາຄາສິນຄ້າ ແລະ ບໍລິການ; ກຸ່ມ ແລະ ສະຫະກອນການຄ້າ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ; ການຊຸກຍູ້ ແລະ ສົ່ງເສີມການແຂ່ງຂັນທາງທຸລະກິດ; ການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້; ວຽກງານກວດກາການຄ້າ; ການລະເມິດນິຕິກຳທີ່ຕິດພັນກັບການຄ້າ ແລະ ຂໍ້ຂັດແຍ່ງທາງດ້ານການຄ້າ ໃນບັນຫາທີ່ຕິດພັນກັບພາລະບົດບາດຂອງກົມ ໃນຂອບເຂດທົ່ວປະເທດ ຊື່ງສາມາດຈັດເປັນກຸ່ມວຽກດັ່ງນີ້:
- ກຸ່ມວຽກຄຸ້ມຄອງຕະຫຼາດ ແລະ ການຈຳໜ່າຍ ເປັນຕົ້ນ ຄຸ້ມຄອງສູນການຄ້າ, ຮ້ານສັບພະສິນຄ້າ, ທຸລະກິດຂາຍຍົກ-ຂາຍຍ່ອຍ, ທຸລະກິດຂາຍກົງ, ສະຫະກອນການຄ້າ; ຄົ້ນຄວ້າການອອກ/ຕໍ່/ລົບລ້າງໃບອະນຸຍາດ.
- ກຸ່ມວຽກຄຸ້ມຄອງການຄ້າທາງດີຈີຕ໋ອນ ເປັນຕົ້ນ ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາການຄ້າທາງເອເລັກໂຕຣນິກ (E-commerce) ໃຫ້ທັນສະໄໝ; ອອກໃບຢັ້ງຢືນ/ອະນຸຍາດ; ແກ້ໄຂຂໍ້ຂັດແຍ່ງ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ.
- ກຸ່ມວຽກຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ເປັນຕົ້ນ ຄົ້ນຄວ້າສະເໜີ ເພີ່ມ/ຫຼຸດ ບັນຊີສິນຄ້າຄວບຄຸມລາຄາ (ບັນຊີ ກ) ແລະ ຕິດຕາມລາຄາ (ບັນຊີ ຂ); ວິເຄາະສະພາບການສະໜອງ-ຄວາມຕ້ອງການ; ຄຸ້ມຄອງຄັງແຮເຂົ້າ.
- ກຸ່ມວຽກຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ເປັນຕົ້ນ ຄົ້ນຄວ້າໂຄງສ້າງລາຄາ ແລະ ກຳນົດລາຄານ້ຳມັນ/ອາຍແກ໊ສ ໃຫ້ສອດຄ່ອງກັບກົນໄກຕະຫຼາດ; ອອກອະນຸຍາດສ້າງຕັ້ງ/ດຳເນີນທຸລະກິດ; ບໍລິຫານກອງທຶນນ້ຳມັນເຊື້ອໄຟ; ຕ້ານການລະເມີດກົດໝາຍ.
- ກຸ່ມວຽກແຂ່ງຂັນທາງທຸລະກິດ ເປັນຕົ້ນ ຜັນຂະຫຍາຍນະໂຍບາຍ ແລະ ກົດໝາຍ; ເປັນກອງເລຂາຄະນະກຳມະການສົ່ງເສີມການແຂ່ງຂັນທາງທຸລະກິດ; ສະເໜີມາດຕະການປັບໃໝຕໍ່ກັບພຶດຕິກຳທີ່ຈຳກັດການແຂ່ງຂັນ.
- ກຸ່ມວຽກປົກປ້ອງຜູ້ຊົມໃຊ້ ເປັນຕົ້ນ ຕິດຕາມ, ຄຸ້ມຄອງສະມາຄົມປົກປ້ອງຜູ້ຊົມໃຊ້; ກວດກາເນື້ອໃນການໂຄສະນາ, ສະຫຼາກສິນຄ້າພາສາລາວ; ຮັບ ແລະ ແກ້ໄຂຄຳຮ້ອງທຸກຜ່ານສາຍດ່ວນ 1510 ແລະ ສື່ສັງຄົມອອນລາຍ.
- ກຸ່ມວຽກຄຸ້ມຄອງວຽກງານກວດກາການຄ້າ ເປັນຕົ້ນ ຄົ້ນຄວ້າມາດຕະຖານແຕ່ງຕັ້ງພະນັກງານກວດກາການຄ້າ; ເຄື່ອນໄຫວຕິດຕາມ, ຕ້ານ ແລະ ສະກັດກັ້ນການຄ້າທີ່ຜິດກົດໝາຍ, ສິນຄ້ານອກລະບົບ ແລະ ທຸລະກິດທີ່ບໍ່ມີໃບອະນຸຍາດ.
ກ່ຽວກັບພວກເຮົາ
ກ່ຽວກັບວຽກງານຂອງກົມການຄ້າພາຍໃນ
ຂ່າວ/ປະກາດຂອງກົມ
ຂໍ້ມູນສະຖິຕິ/ບົດຄົ້ນຄວ້າ
ນິຕິກຳຂອງກົມ
ຂ່າວຕ່າງໆ
ປົດລ໋ອກອະນາຄົດ ການຄ້າທາງເອເລັກໂຕຣນິກ: RCEP ບົດທີ 12 ວ່າດ້ວຍ ການຄ້າທາງເອເລັກໂຕຣນິກ Unlocking the Digital Future: The Regional Comprehensive Economic Partnership (RCEP), Chapter 12 on E-Commerce
ອ່ານເພີ່ມເຕີ່ມ
ແຈ້ງລາຍຊື່ບໍລິສັດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ອ່ານເພີ່ມເຕີ່ມ
ກອງປະຊຸມສໍາມະນາຖອດຖອນບົດຮຽນ (ແບບທາງໄກ) ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ
ອ່ານເພີ່ມເຕີ່ມ
ກອງປະຊຸມຄະນະຊີ້ນຳວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ຄັ້ງທີ 03
ອ່ານເພີ່ມເຕີ່ມຮູບພາບກິດຈະກຳຕ່າງໆ
ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງ ບັນດາປະເທດສະມາຊິກອາຊຽນ (AHCA) ຄັ້ງທີ 7, ທີ່ ນະຄອນ ມານິລາ, ປະເທດ ຟິລິບປິນ
ອ່ານເພີ່ມເຕີ່ມ
ກອງປະຊຸມສຳມະນາຄັ້ງທຳອິດໃນ ສປປ ລາວ “ການຍົກລະດັບຄວາມຮັບຮູ້ແນວທາງທຸລະກິດແບບມີສ່ວນຮ່ວມໃນສປປລາວ”
ອ່ານເພີ່ມເຕີ່ມ
ກອງປະຊຸມແລກປ່ຽນດ້ານວິຊາການກ່ຽວກັບ ວຽກງານປົກປ້ອງຜູ້ຊົມໃຊ້ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28-29 ສິງຫາ 2025 ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າຂອງ ສປປ ລາວ.
ອ່ານເພີ່ມເຕີ່ມ
ກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບຕໍ່ຮ່າງກົນໄກຮັບຄຳຮ້ອງທຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການດໍາເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ Strengthening E-Commerce Dispute Settlement Processes in Lao
ອ່ານເພີ່ມເຕີ່ມ
ສະມາຊິກພັກ-ພະນັກງານ ໜ່ວຍພັກກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າວາງກະຕ່າດອກໄມ້, ທັດສະນະສຶກສາ ແລະ ຢ້ຽມຊົມອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ
ອ່ານເພີ່ມເຕີ່ມ
ພິທີມອບ-ຮັບ ລະບົບການລົງທະບຽນການຄ້າທາງເອເລັກໂຕຣນິກ ອອນລາຍ(E-Trust Register Online)
ອ່ານເພີ່ມເຕີ່ມ